免费获取翻译报价

158352082@qq.com 0771-3815600、18076334775


经贸合作“森林”给中国-东盟带来了实实在在的好处

更新日期:2016/9/2

经贸合作“森林”给中国-东盟带来了实实在在的好处ການຮ່ວມມື້ການຄ້າຈີນ-ອາຊຽນມີຜົນປະໂຫຍດຫຼາຍ 已用

84日,第15次中国—东盟(10+1)经贸部长会议在老挝首都万象举行。中国商务部部长高虎城率团出席会议,就中国与东盟国家经贸合作提出五点建议。会议讨论通过了《中国—东盟产能合作联合声明》,同意提交9月份中国—东盟领导人会议暨中国—东盟建立对话关系25周年纪念峰会并作为会议重要成果对外发表。

ວັນທີ 4 ສິງຫານີ້, ກອງປະຊຸມລັດຖະມົນຕີເສດຖະກິດການຄ້າຈີນອາຊຽນ (10+3)ຄັ້ງທີ 15 ໄດ້ໄຂຂຶ້ນຢູ່ນະຄອນຫຼວງວຽງຈັນ, ແລະໃນໂອກາດ ທ່ານກ່າວຫູ້ເສີງ ລັດຖະມົນຕີກະຊວງການຄ້າຈີນພ້ອມດ້ວຍຄະນະເຂົ້າຮ່ວມກອງປະຊຸມ, ກໍໄດ້ສະເໜີ 5 ຂໍ້ກ່ຽວກັບການຮ່ວມມືດ້ານເສດຖະ ກິດການຄ້າລະຫວ່າງຈີນກັບອາຊຽນ. ພາຍຫຼັງການປຶກສາຫາລື, ກອງປະຊຸມໄດ້ຮັບຮອງ ຖະແຫຼງການຮ່ວມກ່ຽວກັບການຮ່ວມມືດ້ານຄວາມສາມາດການຜະລິດຈີນ-ອາຊຽນ, ເຫັນດີຍື່ນຕໍ່ກອງປະຊຸມຜູ້ນຳຈີນ-ອາຊຽນແລະກອງປະຊຸມສຸດຍອດຈີນ-ອາຊຽນລະນິກສາຍພົວພັນຄູ່ເຈລະຈາຄົບຮອບ 25 ປີ ທີ່ຈະຈັດຂຶ້ນໃນເດືອນກັນຍາໜ້ານີ້, ແລະຈະເປີດເຜີຍຜົນສຳເລັດຂອງກອງປະຊຸມຕໍ່ພາຍນອກ.

 

中国与东盟双向投资规模不断扩大

 

高虎城表示,中国和东盟山水相连、血脉相亲,是搬不走的好邻居、切水不断的好伙伴。今年是中国与东盟建立对话关系25周年。25年来,双方合作领域不断扩大,层次日益提升。中国始终坚定支持东盟共同体建设,支持东盟在区域合作中的中心地位,支持东盟在国际事务中发挥更大作用。

ທ່ານກ່າວຫູ້ເສີງກ່າວວ່າ, ຈີນແລະອາຊຽນມີພູຜາແລະແມ່ນໍ້າລໍາເຊຕິດຈອດກັນ, ແມ່ນພີ່ນ້ອງທີ່ມີສາຍເລືອດດຽວກັນ, ແມ່ນເພື່ອນບ້ານທີ່ດີທີ່ຕັດຂາດກັນບໍ່ໄດ້ ທັງແມ່ນເພື່ອນມິດທີ່ດີທີ່ບໍ່ສາມາດຕັດສາຍພົວພັນໄດ້. ຂະນະນີ້, ປີນີ້ເປັນປີທີ່ຈີນແລະອາຊຽນສ້າງສາຍພົວພັນຄູ່ເຈລະຈາຄົບຮອບ 25 ປີ, ແລະຕະຫຼອດໄລຍະ 25 ປີມານີ້, ການຮ່ວມມືລະຫວ່າງສອງຝ່າຍໄດ້ເປີດກວ້າງຢ່າງບໍ່ຢຸດຢັ້ງ, ລະດັບການຮ່ວມມືກໍນັບມື້ຍົກສູງຂຶ້ນ. ຈີນເດັດດ່ຽວຍຶດໝັ້ນສະໜັບສະໜູນການສ້າງປະຊາຄົມອາຊຽນຢ່າງສະເໝີຕົ້ນສະເໝີປາຍ, ສະໜັບສະໜູນຖານະເປັນໃຈ ກາງຂອງອາຊຽນໃນການຮ່ວມມືຂອງພາກພື້ນ, ສະໜັບສະໜູນໃຫ້ອາຊຽນເສີມຂະຫຍາຍບົດບາດໃນວຽກງານສາກົນຫຼາຍກວ່າເກົ່າ.

 

数据统计显示,1991年至2015年,双边贸易额从79.6亿美元增加到4721.6亿美元,年均增长18.5%,占中国对外贸易总额的比重由5.9%上升到11.9%。目前,中国和东盟互为对方的第一和第三大贸易伙伴,中国与东盟双向投资累计规模超过1600亿美元。

ຜົນງານການຮ່ວມມືຜົນເດັ່ນຂຶ້ນໂດຍເຫັນໄດ້ນັບແຕ່ປີ 1991 ຫາປີ 2015, ມູນຄ່າການຄ້າສອງຝ່າຍເພີ່ມຈາກ 7 ຕື້ 960 ລ້ານໂດລາຂຶ້ນເປັນ 472 ຕື້ 160 ລ້ານໂດລາ, ເພີ່ມຂຶ້ນສະເລ່ຍ 18,5% ຕໍ່ປີ, ອັດຕາສ່ວນໃນມູນຄ່າການຄ້າຕໍ່ຕ່າງປະເທດຂອງຈີນເພີ່ມຈາກ 5,9% ຂຶ້ນເຖິງ 11,9%.ປັດຈຸບັນ, ຈີນແມ່ນຄູ່ການຄ້າຂອງອາຊຽນເປັນອັນດັບທີໜຶ່ງ, ອາຊຽນແມ່ນຄູ່ການຄ້າຂອງຈີນເປັນອັນດັບທີສາມ, ແລະມູນຄ່າການລົງທຶນຂອງສອງຝ່າຍບັນລຸຫຼາຍກວ່າ 160 ຕື້ໂດລາ.

 

经贸合作森林给双方人民带来了实实在在的好处 

 

高虎城表示,中国与东盟国家相互支持、守望相助。习近平主席提出的一带一路倡议勾画出双方共同发展的宏伟蓝图。李克强总理在中国与东盟国家双边援助渠道之外,宣布向东盟国家提供1.5亿人民币无偿援助。中方通过举办各类培训班为东盟国家培训了近2万名各类人员。双方人员交流日益紧密,2015年中国与东盟国家互访2364万人次,创历史新高。其中中国公民首站赴东盟国家旅游达1700万人次,增长50%,占当年中国公民赴海外旅游总人次的14%左右。老挝朋友说:没有森林就没有水源。中国与东盟共同培育了经贸合作的森林,务实成果如涓流汇海,给双方人民带来了实实在在的好处。

ທ່ານກ່າວຫູ້ເສີງກ່າວຕື່ມວ່າ, ຈີນແລະປະເທດມີອາຊຽນສະໜັບສະໜູນແລະຊ່ວຍເຫຼືອເຊິ່ງກັນແລະກັນ. ຂໍ້ລິເລີ່ມ ໜຶ່ງແລວທາງໜຶ່ງເສັ້ນທາງທີ່ທ່ານປະທານສີຈີ້ນຜີງສະເໜີອອກມານັ້ນໄດ້ສະແດງເຖິງແຜນການພັດທະນາຮ່ວມກັນທີ່ຍິ່ງໃຫຍ່ຂອງສອງຝ່າຍ. ຂະນະທີ່ທ່ານລີເຄີ້ສຽງ, ນາຍົກລັດຖະມົນຕີຈີນໄດ້ປະກາດຊ່ວຍເຫຼືອລ້າເປັນບັນດາປະເທດໃນອາຊຽນ 150ລ້ານຢວນ. ນອກນີ້ຍັງໄດ້ຈັດຊຸດຝຶກອົບຮົບພະນັກງານນັກວິຊາການໃນຂະແໜງການຕ່າງໆຂອງອາຊຽນເກືອບ 2 ໝື່ນຄົນ. ການໄປມາຫາສູ່ກັນລະຫວ່າງປະຊາຊົນສອງຝ່າຍນັບມື້ນັບໃກ້ຊິດ, ໂດຍປີ 2015, ປະຊາຊົນຈີນແລະອາຊຽນໄດ້ຢ້ຽມຢາມເຊິ່ງກັນແລະກັນເຖິງ23 ລ້ານ 6 ແສນ 4 ໝື່ນເທື່ອຄົນ ເຊິ່ງເປັນຕົວເລກຫຼາຍທີ່ສຸດໃນປະເຫວັດສາດ. ຄົນລາວມັກເວົ້າວ່າ: ບໍ່ມີປ່າໄມ້ກໍບໍ່ມີແຫຼ່ງນໍ້າ.ຈີນແລະອາຊຽນໄດ້ຮ່ວມກັນສ້າງ ປ່າໄມ້ແຫ່ງການຮ່ວມມືດ້ານເສດຖະກິດການຄ້າ, ຜົນສຳເລັດແຫ່ງການຮ່ວມມືເໝືອນດັ່ງສາຍນ້ຳທີ່ໂຮມໄຫຼສູ່ມະຫາສະໝຸດ, ເຊິ່ງໄດ້ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນຂອງສອງຝ່າຍຢ່າງແທ້ຈິງ.

 

联合协调理事会首次会议,成为中老合作的新亮点

 

当日在与工贸部长、老中合作委员会主席开玛妮会谈时,高虎城表示,在两国领导人关心和双方共同努力下,中老经贸合作近年来取得长足发展。目前中国是老挝第一大外资来源国和第二大贸易伙伴。近年来中国从老挝进口农产品持续增长,中方在老投资快速增加,投资总额近70亿美元。磨憨—磨丁经济合作区已签订共同总体方案,近期将举行联合协调理事会首次会议,这已成为中老合作的新亮点。高虎城就加强两国经贸合作提出了相关建议。

ໃນໂອກາດພົບປະຫາລືກັບທ່ານນາງເຂັມມະນີນັ້ນ, ທ່ານກ່າວຫູເສິງກ່າວວ່າ, ການຮ່ວມມືເສດຖະກິດການຄ້າລະຫວ່າງຈີນກັບລາວມີຄວາມຄືບໜ້າຫຼາຍໃນຫຼາຍປີຜ່ານມາ, ຂະນະທີ່ປັດຈຸບັນຈີນແມ່ນປະເທດທີ່ລົງທຶນເປັນອັນດັບທີໜຶ່ງແລະຄູ່ການຄ້າໃຫຍ່ອັນດັບທີສອງຂອງລາວ. ແນວໃດກໍດີໃນຫຼາຍປີຜ່ານມາ, ຈີນໄດ້ນຳເຂົ້າຜະລິດຕະພັນກະສິກຳຈາກລາວເພີ່ມຂຶ້ນຢ່າງຕໍ່ເນື່ອງ, ການລົງທຶນຢູ່ລາວກໍເພີ່ມຂຶ້ນຢ່າງວ່ອງໄວ, ເຊິ່ງບັນລຸຍອດມູນຄ່າການລົງທຶນປະມານ 7 ຕື້ໂດລາສະຫະລັດ. ເຂດຮ່ວມມືເສດຖະກິດບໍ່ຫານ-ບໍ່ເຕັນໄດ້ລົງນາມໃນແຜນການລວມຮ່ວມກັນແລ້ວ, ແລະໄດ້ກາຍເປັນຈຸດຮຸ່ງໃສໃໝ່ຂອງການຮ່ວມມືລະຫວ່າງຈີນລາວ. ທ່ານກ່າວຫູເສິງຍັງໄດ້ສະເໜີຂໍ້ລິເລີ່ມກ່ຽວກັບການເພີ່ມທະວີການຮ່ວມມືເສດຖະກິດການຄ້າລະຫວ່າງສອງປະເທດ.

 

开玛妮部长对中方长期以来对老挝的支持帮助表示感谢,老挝将充分发挥东盟轮值主席国作用,积极推动东盟与中国在区域、次区域框架下的经贸合作。会谈后,双方还共同签署了三项经济技术合作文件。

ທ່ານນາງເຂັມມະນີໄດ້ກ່າວຂອບໃຈຕໍ່ການສະໜັບສະໜູນຂອງຈີນໃນໄລຍະຍາວ, ລາວຈະເສີມຂະຫຍາຍບົດບາດເປັນປະເທດປະທານອາຊຽນຢ່າງແຂງແຮງ, ຕັ້ງໜ້າຊຸກຍູ້ການຮ່ວມມືເສດຖະກິດການຄ້າລະຫວ່າງອາຊຽນກັບຈີນພາຍໃຕ້ຂອບພາກພື້ນແລະອະນຸພາກພື້ນ. ພາຍຫຼັງການຫາລື, ສອງຝ່າຍໄດ້ລົງນາມໃນເອກະສານຮ່ວມມື 3 ສະບັບ.

 

在会见老挝计划投资部部长苏潘时,双方重点就两国经济技术合作、跨境经济合作区建设等共同关注问题深入交换了意见。

ຂະນະທີ່ການຫາລືກັບທ່ານສຸພັນນັ້ນ, ສອງຝ່າຍໄດ້ແລກປ່ຽນຄວາມເຫັນຢ່າງເລິກເຊິ່ງກ່ຽວກັບບັນຫາທີ່ສົນໃຈຮ່ວມກັນເຊັ່ນການຮ່ວມມືເສດຖະກິດເຕັກນິກລະຫວ່າງສອງປະເທດ, ການກໍ່ສ້າງເຂດຮ່ວມມືເສດຖະກິດຂ້າມຊາດແລະອື່ນໆ.

2016-08-05 CRI悦生活

记者:吴怡杏、拉达娜

翻译:刘华丽、黄理春




返回目录

找南宁翻译公司,首选荷韵翻译公司!

荷韵南宁翻译公司专业提供:口译、笔译、同声传译、证件翻译、论文翻译、法律翻译等服务。
质量成就品牌 信誉创造价值 全国客服专线:0771-3815600 E-mail:158352082@qq.com
版权所有:南宁荷韵翻译有限公司


链接: 百度 友链联系QQ:821947346 桂ICP备17006404号-1

 
广西纸袋厂桂林工作服广西瑞海工程机械幼儿杂志桂林企业制服广西实木门南宁大港口南宁grc构件南宁活动策划广西土工布